Genesis 13

Genesis 13:1

ໄດ້ອອກຈາກ

"ຈາກໄປ" ຫລື "ໄດ້ຍ້າຍຈາກ"

ເຂົ້າໄປຍັງເນເກບ

ເຂດເນເກບ ແມ່ນເຂດທະເລຊາຍໃນພາກໃຕ້ຂອງ ການາອານ, ທາງທິດຕາເວັນຕົກຂອງປະເທດເອຢິບ. ນີ້ສາມາດເຮັດໃຫ້ມີຄວາມຊັດເຈນ. ອາດແປໄດ້ອີກວ່າ: "ກັບໄປທີ່ທະເລຊາຍເນເກບ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ອັບຣາມເປັນຄົນຮັ່ງມີຫລາຍ, ທັງໃນດ້ານຂອງ, ຝູງສັດລ້ຽງພ້ອມທັງເງິນ, ແລະ ຄຳ

"ອັບຣາມມີຝູງສັດລ້ຽງ, ພ້ອມທັງເງິນ, ແລະ ຄຳຢ່າງຫລວງຫລາຍ"

ສັດ

"ສັດລ້ຽງ" ຫລື "ງົວຄວາຍ"

Genesis 13:3

ເພິ່ນໄດ້ເດີນທາງຕໍ່ໄປ

ອັບຣາມ ແລະ ຄອບຄົວຂອງລາວໄດ້ເດີນທາງໄປເປັນໄລຍະ, ເດີນທາງຈາກບ່ອນຫນຶ່ງໄປອີກບ່ອນຫນຶ່ງ. ນີ້ສາມາດເຮັດໃຫ້ມີຄວາມຊັດເຈນ. ອາດແປໄດ້ອີກວ່າ: "ພວກເຂົາສືບຕໍ່ເດີນທາງ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ໄປເຖິງບ່ອນທີ່ຕົນເຄີຍຕັ້ງຄ້າຍພັກຄັ້ງກ່ອນ

ຜູ້ແປພາສາອາດຈະເພີ່ມຫມາຍເຫດທີ່ເວົ້າວ່າ "ເບິ່ງປະຖົມມະການໃນຂໍ້ 12: 8." ເວລາຂອງການເດີນທາງຂອງລາວສາມາດເວົ້າໄດ້ຢ່າງຈະແຈ້ງ. ອາດແປໄດ້ອີກວ່າ: "ເຖິງສະຖານທີ່ທີ່ລາວເຄີຍຕັ້ງເຕັນຂອງລາວ ກ່ອນທີ່ລາວຈະໄປປະເທດເອຢິບ" (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-explicit)

ໄດ້ຮ້ອງອອກພຣະນາມພຣະຢາເວ

"ໄດ້ອະທິຖານອອກພຣະນາມຂອງພຣະຢາເວ" ຫລື "ນະມັດສະການພຣະຢາເວ" ເບິ່ງທີ່ທ່ານໄດ້ແປຂໍ້ນີ້ໃນ12:8.

Genesis 13:5

ສ່ວນ

ຄຳນີ້ຖືກໃຊ້ເພື່ອສະແດງສິ່ງທີ່ຕໍ່ໄປເປັນຂໍ້ມູນພື້ນເບື້ອງຫລັງ ເພື່ອຊ່ວຍໃຫ້ຜູ້ອ່ານເຂົ້າໃຈເຫດການທີ່ເກີດຂື້ນ. (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#writing-background)

ແຜ່ນດິນນັ້ນບໍ່ກວ້າງຂວາງຫລາຍພໍສຳລັບພວກເຂົາທີ່ຈະອາໄສຢູ່ໃກ້ກັນ

ບໍ່ມີທົ່ງຫຍ້າກວ້າງ ແລະ ນໍ້ຳພຽງພໍສຳລັບລ້ຽງສັດທັງຫມົດຂອງພວກເຂົາ.

ຊັບສິນຂອງພວກເຂົາ

ນີ້ແມ່ນລວມທັງສັດລ້ຽງ, ເຊິ່ງຕ້ອງການຫຍ້າ ແລະ ນໍ້າ.

ບໍ່ສາມາດຢູ່ນຳກັນໄດ້

"ບໍ່ສາມາດຢູ່ນຳກັນໄດ້"

ໃນເວລານັ້ນຄົນການາອານ ແລະ ຄົນເປຣີຊີໄດ້ອາໄສຢູ່ໃນດິນແດນນັ້ນ

ນີ້ແມ່ນເຫດຜົນອີກຢ່າງຫນຶ່ງ ທີ່ບໍ່ມີດິນພໍໃຫ້ເຂົາເຈົ້າທັງຫມົດ.

Genesis 13:8

ຢ່າໃຫ້ມີການຜິດຖຽງກັນລະຫວ່າງເຮົາກັບເຈົ້າ

"ຢ່າຖຽງກັນເລີຍ"

ຜິດຖຽງ

"ການເປັນສັດຕູ" ຫລື "ການຕໍ່ສູ້" ຫລື "ການຜິດຖຽງກັນ"

ແລະ ລະຫວ່າງຄົນຂອງເຈົ້າ ແລະ ຄົນຂອງເຮົາເລີຍ

"ແລະຂໍໃຫ້ພວກຄົນລ້ຽງສັດຂອງພວກເຮົາເຊົາຈາກການຜິດຖຽງກັນ"

ເພາະພວກເຮົາເປັນຍາດກັນ

"ເພາະພວກເຮົາເປັນຄອບຄົວດຽວກັນ"

ຍາດ

"ຍາດພີ່ນ້ອງ" ຫລື "ພີ່ນ້ອງ." ໂລດແມ່ນຫລານຊາຍຂອງອັບຣາມ.

ແຜ່ນດິນທັງຫມົດຢູ່ຕໍ່ຫນ້າເຈົ້າແລ້ວບໍ່ແມ່ນບໍ?

ນີ້ແມ່ນການຄຳຖາມແບບບໍ່ຫວັງຄຳຕອບ ເຊິ່ງສາມາດແປເປັນປະໂຫຍກແງ່ບວກ. ອາດແປໄດ້ອີກວ່າ: "ເນື້ອທີ່ດິນທັງຫມົດມີໃຫ້ທ່ານໃຊ້." (ເບິ່ງເພີ່ມເຕີມ: /WA-Catalog/lo_tm?section=translate#figs-rquestion)

ໄປເຖີດເຈົ້າຈົ່ງແຍກໄປຈາກເຮົາ

ອັບຣາມໄດ້ເວົ້າຢ່າງອ່ອນສຸພາບກັບໂລດ ແລະ ກະຕຸ້ນລາວໃຫ້ເຮັດບາງສິ່ງທີ່ຈະຊ່ວຍພວກເຂົາທັງສອງ. "ຂໍແຍກອອກຈາກກັນ."

ຖ້າເຈົ້າໄປທາງຊ້າຍ, ເຮົາກໍຈະໄປທາງຂວາ, ຫລືຖ້າເຈົ້າໄປທາງຂວາເຮົາກໍຈະໄປທາງຊ້າຍ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ຖ້າເຈົ້າໄປທາງຫນຶ່ງ, ຂ້ອຍກໍ່ຈະໄປທາງອື່ນ" ຫລື 2) "ຖ້າເຈົ້າໄປທາງທິດເຫນືອ, ຂ້ອຍຈະໄປທາງໃຕ້." ອັບຣາມເປີດໂອກາດໃຫ້ໂລດເລືອກເອົາເນື້ອທີ່ດິນທີ່ລາວຕ້ອງການ, ແລະ ອັບຣາມຈະຍຶດເອົາສິ່ງທີ່ຍັງເຫລືອ.

Genesis 13:10

ທົ່ງຮາບພຽງຂອງແມ່ນໍ້າຈໍແດນທັງຫມົດ

ນີ້ຫມາຍເຖີງທົ່ງຮາບພຽງທົ່ວໄປຂອງແມ່ນໍ້າຈໍແດນ

ມີນ້ຳບໍຣິບູນທຸກແຫ່ງ

"ມີນ້ຳຫລາຍ"

ເຫມືອນດັ່ງສວນຂອງພຣະຢາເວ, ເຫມືອນດິນແດນເອຢິບ

"ເຫມືອນດັ່ງສວນຂອງພຣະຢາເວ ຫລື ເຫມືອນດິນແດນເອຢິບ" ສອງປະໂຫຍກນີ້ແມ່ນຢູ່ໃນສະຖານທີ່ຕ່າງກັນ.

ເຫມືອນດັ່ງສວນຂອງພຣະຢາເວ

ນີ້ແມ່ນອີກຊື່ຫນຶ່ງສຳລັບເອີ້ນສວນເອເດັນ.

ສວນ

ໃຊ້ຄຳສັບດຽວກັນສຳລັບຄຳວ່າ "ສວນ" ເຊິ່ງທ່ານໃຊ້ໃນຂໍ້ 2:7

ນີ້ເປັນສະພາບກ່ອນທີ່ພຣະຢາເວຈະທຳລາຍເມືອງໂຊໂດມກັບເມືອງໂກໂມຣາ

ນີ້ແມ່ນການຄາດການເຖີງບາງສິ່ງບາງຢ່າງທີ່ຈະເກີດຂື້ນໃນພາຍຫລັງ. ມັນມີຄວາມສຳຄັນຢູ່ທີ່ນີ້ ເພາະມັນອະທິບາຍວ່າເປັນຫຍັງ ໂລດຈຶ່ງຕັ້ງຖິ່ນຖານຢູ່ໃນຂົງເຂດທີ່ຕໍ່ມາບໍ່ມີຄວາມອຸດົມສົມບູນເລີຍ.

ຍາດພີ່ນ້ອງ

"ພີ່ນ້ອງ" ຫລື "ຄອບຄົວ." ນີ້ຫມາຍເຖິງໂລດ ແລະ ອັບຣາມ ກັບຄອບຄົວຂອງພວກເຂົາ.

Genesis 13:12

ໄດ້ອາໄສຢູ່

"ຕັ້ງຖິ່ນຖານ" ຫລື "ໄດ້ພັກອາໄສ"

ໃນດິນແດນການາອານ

"ດິນແດນຂອງຄົນການາອານ"

ເຂົາຕັ້ງເຕັນຂອງເຂົາຢູ່ຫ່າງໄກຈາກເມືອງໂຊໂດມ

ຄວາມຫມາຍທີ່ເປັນໄປໄດ້ແມ່ນ 1) "ລາວຕັ້ງເຕັນຂອງລາວຢູ່ໃກ້ເມືອງໂຊໂດມ" ຫລື 2) "ລາວໄດ້ຍ້າຍເຕັນຂອງລາວໄປຢູ່ໃນບໍລິເວນທີ່ໄປຮອດເມືອງໂຊໂດມໄດ້."

Genesis 13:14

ຫລັງຈາກທີ່ໂລດໄດ້ແຍກຕົວອອກໄປຈາກເຂົາແລ້ວ

"ຫລັງຈາກທີ່ໂລດໄດ້ຈາກອັບຣາມແລ້ວ"

Genesis 13:16

ເດີນໄປໃຫ້ທົ່ວແຜ່ນດິນນີ້ທັງດ້ານຍາວ ແລະ ທັງດ້ານກວ້າງ

"ເດີນໄປໃຫ້ທົ່ວເຂດແດນ"

ມຳເຣ

ນີ້ຫມາຍເຖີງຄົນທີ່ເປັນເຈົ້າຂອງຕົ້ນໂອກ. (ເບິ່ງ: /WA-Catalog/lo_tm?section=translate#translate-names)

ເຮັບໂຣນ

ຊື່ສະຖານທີ່ (ເບິ່ງ: /WA-Catalog/lo_tm?section=translate#translate-names)

ແທ່ນບູຊາແກ່ພຣະຢາເວ

"ແທ່ນບູຊາສຳລັບນະມັດສະການແກ່ພຣະຢາເວ"